ພິທີຈຸດໂຄມມາຄະປະທີບອອນໄລນ໌

ເພື່ອສັນຕິພາບໂລກ

ທີ່ວັດພຣະທັມມະກາຍ ປະເທດໄທ

ວັນເພັງຂຶ້ນ 15 ຄ່ຳ ເດືອນສາມ ເປັນວັນມາຄະບູຊາ ໂດຍວັດພຣະທັມມະກາຍໄດ້ຈັດພິທີກຳ ຈຸດປະທີບເປັນພຸທທະບູຊາເປັນປະຈຳທຸກປີ ວັນມາຄະບູຊາຈຶ່ງມີຄວາມສຳຄັນທາງພຸທທະສາສະຫນາເພາະວ່າ 1.ເປັນວັນເພັງເດືອນສາມ ຫລືເປັນວັນດວງຈັນເຕັມດວງ ໃນເດືອນມາຄະຫລືເດືອນສາມ 2.ພຣະພິກຂຸ 1,250 ອົງ ໄດ້ເດີນທາງມາຮ່ວມປະຊຸມພ້ອມກັນໂດຍບໍ່ໄດ້ນັດຫມາຍລ່ວງຫນ້າ 3.ພຣະພິກຂຸທຸກອົງລ້ວນແຕ່ເປັນເອຫິພິກຂຸອຸປະສັມປະທາ ຄືໄດ້ຮັບການອຸປະສົມບົດໂດຍກົງຈາກພຣະສັມມາສັມພຸທທະເຈົ້າ 4.ພຣະພິກຂຸທຸກໆອົງລ້ວນແລ້ວແຕ່ເປັນພຣະອະຣະຫັນ ແລ້ວຈຶ່ງໄດ້ເອີ້ນການປະຊຸມທີ່ຄົບອົງ 4 ນີ້ວ່າ “ຈະຕຸລົງຄະສັນນິບາດ”ແລະໃນມື້ນັ້ນພຣະສັມມາສັມພຸທທະເຈົ້າໄດ້ສະແດງພຣະທັມມະເທດສະຫນາ ໂອວາດປາຕິໂມກຄັ້ງທຳອິດ ມີເນື້ອຫາທີ່ປະກາດຫລັກການ ອຸດົມການ ແລະຫລັກວິທີປະຕິບັດເພື່ອເປັນແນວທາງໃນການເຜີຍແຜ່ພຣະພຸທທະສາສະຫນາ

ສຳຫລັບກິດຈະກຳທີ່ວັດພຣະທັມມະກາຍນັ້ນ ໂດຍທົ່ວໄປຈະມີສາທຸຊົນເດີນທາງມາຮ່ວມພິທີກຳອັນສັກສິດນັບເປັນແສນຄົນຈາກທາງໃນປະເທດແລະນານາປະເທດຫລາຍເຊື້ອຊາດແລະສາສະຫນາ ໂດຍສະເພາະຊ່ວງຍາມແລງຈະມີການຈັດໃຫ້ມີການປະຕິບັດບູຊາຈະເລີນສະມາທິພາວະນາຮ່ວມກັນ ຢູ່ເບື້ອງຫນ້າອົງພຣະທັມມະກາຍເຈດີ ພຣະມະຫາເຈດີພຣະພຸທທະເຈົ້າລ້ານພຣະອົງ ເພື່ອເປັນການບູຊາພຣະຣັດຕະນະໄຕຣ ພ້ອມທັງແຜ່ເມດຕາສົ່ງຜ່ານຄວາມຮັກຄວາມປາດຖະຫນາດີອັນຍິ່ງໃຫຍ່ໄປຫາບຸກຄົນອັນເປັນທີ່ຮັກຂອງເຮົາ ຍາດສະຫນິດມິດສະຫາຍ ສັມພັນທຸຊົນທັງຫລາຍ ແລະຫມູ່ມວນສັບພະສັດສັບພະຊີວິດທັງຫລາຍທົ່ວໂລກ

ປະທີບນັບແສນດວງຂອງເຮົາ ປຽບດັ່ງແສງແຫ່ງສັນຕິພາບ

ໃນວັນມາຄະບູຊາ

ໃນຂະນະເວລາດຽວກັນ ຜູ້ມີບຸນທຸກທ່ານຫລາກຫລາຍເຊື້ອຊາດທົ່ວທຸກມຸມໂລກ ເຂົ້າຮ່ວມລວມໃຈເປັນຫນຶ່ງດຽວກັນ ເຮັດສະມາທິພາວະນາດ້ວຍຈິດທີ່ປະກອບດ້ວຍມະຫາກຸສົນທີ່ຜ່ອງໃສ ພ້ອມໃຈກັນກັ່ນບຸນນຳພາອານຸພາບແຫ່ງຄວາມປາດຖະຫນາດີ ສົ່ງຜ່ານໄປໃຫ້ແກ່ບຸກຄົນອັນເປັນທີ່ຮັກ ຫມູ່ມວນມະນຸດຊາດ ແລະເຫລົ່າສັບພະສັດທັງຫລາຍໃນໂລກນີ້ ໃຫ້ທຸກໆສັບພະຊີວິດ ຫລຸດພົ້ນຈາກທຸກໂສກ ໂຣກໄພ ສັບພະເຄາະທັງຫລາຍມະລາຍຫາຍສູນ ຂໍໃຫ້ພົບແຕ່ຄວາມສຸກສະບາຍທັງກາຍແລະໃຈ ດ້ວຍອານຸພາບແຫ່ງຄວາມບໍລິສຸດຈາກສູນກາງກາຍຂອງເຮົາທຸກຄົນ ແຜ່ຂະຫຍາຍຄວາມຮັກ ຄວາມເມດຕາອອກໄປທຸກທິດທຸກທາງ ແລະອານຸພາບແຫ່ງຄວາມຮັກຄວາມປາດຖະຫນາດີຈາກໃຈທີ່ເປັນສະມາທິຫມັ້ນຄົງຂອງພວກເຮົາທຸກຄົນ ມາຮ່ວມກັນອະທິຖານຈິດ ກັ່ນໂລກໃບໃນນີ້ໃຫ້ເປັນໂລກແກ້ວທີ່ໃສບໍລິສຸດພົ້ນຈາກອັນຕະລາຍທຸກປະການ

ໃນຂະນະດຽວກັນທຸກທ່ານໄດ້ຫລອມລວມໃຈເປັນຫນຶ່ງ ຈຸດດວງປະທີບຂອງຕົນເອງພ້ອມກັນ ປຽບດັ່ງເປັນຕົວແທນແສງທັມຈາກໃຈສູ່ໃຈ ເປັນແສງແຫ່ງສັນຕິພາບຈາກປະທີບນັບແສນດວງ ນັບລ້ານດວງຂອງທຸກຄົນທີ່ຢູ່ທຸກພື້ນທີ່ທົ່ວທຸກມຸມໂລກ ສ່ອງແສງສະຫວ່າງພ້ອມໆກັນ ປຽບດັ່ງແສງແຫ່ງສັນຕິພາບສ່ອງແສງສະຫວ່າງສະໄຫວໄປທົ່ວທັງໂລກ

ຄວາມເປັນມາຂອງມາຄະບູຊາ

ທຸກໆຄົນໃນໂລກບໍ່ວ່າຈະເປັນເຊື້ອຊາດຫລືເຜົ່າພັນໃດກໍ່ຕາມ ລ້ວນກໍ່ປາດຖະຫນາຢາກພົ້ນຈາກຄວາມທຸກແລະປະສົບຄວາມສຸກທັງນັ້ນ ເມື່ອ 2600 ກວ່າປີກ່ອນ ຫລັງຈາກທີ່ພຣະສັມມາສັມພຸທທະເຈົ້າເພິ່ນໄດ້ປະຕິບັດສະມາທິ ແລະຕັສສະຮູ້ທັມໃຕ້ຕົ້ນອັດສະຕະພຶກແລ້ວ ເພິ່ນໄດ້ຮູ້ເຖິງສັດຈະທັມອັນສູງສຸດແຫ່ງຊີວິດ ແລະໄດ້ເຂົ້າເຖິງຄວາມສຸກພາຍໃນແບບບໍ່ມີປະມານ ເປັນຄວາມສຸກທີ່ບໍ່ມີວັນຈະຍ້ອນຖອຍຫລັງກັບຄືນມາມີຄວາມທຸກອີກ ຫລັງຈາກທີ່ຕັສສະຮູ້ທັມໄດ້ບໍ່ດົນ ໃນມື້ນັ້ນເປັນວັນທີ່ດວງເດືອນເຕັມດວງ ພຮະສັມມາສັມພຸທທະເຈົ້າເພິ່ນໄດ້ປະທານໂອວາດແກ່ພຣະອະຣະຫັນ 1,250 ອົງ ທີ່ພຣະອົງບວດໃຫ້ເອງ ເພິ່ນປາດຖະຫນາທີ່ຈະແບ່ງປັນວິທີການເຂົ້າເຖິງຄວາມສຸກໄປສູ່ໃຈຊາວໂລກ ເຊິ່ງເນື້ອຫາໂອວາດນັ້ນມີຊື່ວ່າ ໂອວາທະປະຕິໂມກ ເຊິ່ງມີເນື້ອຫາກ່ຽວກັບອຸດົມການ ຫລັກການໃນການທຳຫນ້າທີ່ເປັນກັນລະຍານະມິດແນະນຳຄວາມສຸກໃຫ້ແກ່ຊາວໂລກ ແລະວິທີການໃນການດຳລົງຊີວິດເພື່ອໃຫ້ຊາວໂລກໄດ້ປະຕິບັດຕາມແລະຈະໄດ້ພົບກັບຄວາມສຸກທີ່ແທ້ຈິງ ເຊິ່ງມີເນື້ອຫາຫລັກໆ ແບ່ງເປັນ 3 ຫມວດດັ່ງນີ້

ຫມວດທີ 1 ອຸດົມການ

1.ຕ້ອງມີ “ຄວາມອົດທົນ” ໃນການເຮັດວຽກຕ່າງໆ ເພາະວຽກງານທຸກຢ່າງນັ້ນຕ່າງກໍ່ຕ້ອງປະສົບບັນຫາຕ່າງໆ ບໍ່ຫລາຍກໍ່ຫນ້ອຍ ເຊັ່ນຕ້ອງອົດທົນຕໍ່ດິນຟ້າອາກາດທີ່ແປຜັນ ອົດທົນຕໍ່ຄວາມລຳບາກຍາກເຂັນ ອົດທົນຕໍ່ການກະທົບກະທັ່ງ ແລະກິເລສຄວາມຢາກຕ່າງໆ
2.ໃຫ້ຮູ້ວ່າ “ເປົ້າຫມາຍຊີວິດ” ຂອງເຮົາ ເມື່ອພໍ້ອຸປະສັກຢ່າງຫລວງຫລາຍເຂົ້າມາປານໃດ ຫລືພໍ້ຄົນພານມາກັ່ນແກ້ງ ຖ້າເປົ້າຫມາຍໃນໃຈບໍ່ແນ່ນອນ ກໍ່ຈະດຳເນີນໄປແບບບໍ່ມີຈຸດຫມາຍ
3.“ບໍ່ບຽດບຽນຜູ້ອື່ນ” ບໍ່ວ່າຈະເຮັດໃນສິ່ງໃດກໍ່ຕາມ ຢ່າໃຊ້ຄວາມຮຸນແຮງໄປທຳຮ້າຍຜູ້ອື່ນ ກ່ອນຈະເລີ້ມໄປເຮັດຫນ້າທີ່ເປັນກັນລະຍານະມິດແນະນຳຫລືເຜີຍແຜ່ໃຫ້ຜູ້ອື່ນໃຫ້ເຂົ້າເຖິງຄວາມສຸກພາຍໃນນັ້ນ ກໍ່ຕ້ອງຫມັ່ນກວດສອບຕົວເອງແລະແກ້ໄຂປັບປຸງຕົນເອງຢູ່ສະເຫມີ ໂດຍໃຊ້ອຸດົມການເປັນຫລັກຄິດ

ຫມວດທີ 2 ຫລັກການ

1.ລະຊົ່ວ ການບໍ່ເຮັດບາບທັງປວງ 2.ທຳດີ 3.ເຮັດໃຈໃຫ້ຜ່ອງໃສ

ຫມວດທີ 3 ວິທີການ

ການສອນແລະເຝິກຝົນຕົນເອງໃຫ້ເປັນຕົ້ນແບບໃນການເຮັດຄວາມດີ ເຊິ່ງມີວິທີການຕ່າງໆດັ່ງນີ້
1.ເວລາທີ່ຈະໄປແນະນຳໃຜ ເຮົາຈະບໍ່ໄປດ່າໄປຮ້າຍ ກະທົບກະທັ່ງ ຫລືເວົ້າຈາບຽດບຽນໃຜ
2.ບໍ່ທຳຮ້າຍ ທຸບຕີຜູ້ອື່ນເພື່ອບີບບັງຄັບໃຫ້ຄົນອື່ນເຊື່ອຕາມເຮົາ
3.ສຳລວມໃນຄວາມປະພຶດຂອງຕົນ ເກີດເລື່ອງຫຍັງຂຶ້ນມາ ແທນທີ່ວ່າຈະໄປໂທດວ່າຄົນນັ້ນຄົນນີ້ບໍ່ດີ ໃຫ້ມາສຳຫລວດຕົວເອງກ່ອນ ປັບປຸງແລະພັດທະນາຕົນເອງໃຫ້ດີຂຶ້ນທຸກມື້
4.ຈະບໍລິໂພກ ຈະໃຊ້ເຄື່ອງຂອງຫຍັງ ເຮັດໃຫ້ພໍດີໆ ຢ່າຫລາຍຫລືຢ່າຫນ້ອຍເກີນໄປ ບໍບຽດບຽດເຂົາບໍ່ບຽດບຽນຕົວເອງ ຢ່າໃຫ້ເກີນຂອບເຂດຄວາມເຫມາະສົມ ປຽບດັ່ງໄມ້ໃຫຍ່ກິນນ້ຳນ້ອຍ ຄືເປັນຢູ່ແບບລຽບງ່າຍ ແຕ່ສ້າງປະໂຫຍດຢ່າງຫລວງຫລາຍໃຫ້ແກ່ສັງຄົມ
5.ໃຊ້ຊີວິດແບບລຽບງ່າຍບໍ່ເຮຮາສຽງດັງ ຮູ້ຈັກຫາຄວາມສະຫງັດເພື່ອນັ່ງທົບທວນຕົນເອງ ພິດຈາລະນາຄຸນນະທັມຂອງຕົນເອງເປັນປະຈຳ ວ່າການກະທຳຂອງຕົນ ໃນເວລານັ້ນ ເປັນໄປຕາມເປົ້າຫມາຍຊີວິດຫລືບໍ່
6.ຫມັ່ນເຮັດສະມາທິ ເຮັດໃຈຜ່ອງໃສ ເພື່ອຈະໄດ້ແບ່ງປັນຄວາມສຸກ ຄວາມຜ່ອງໃສໃຫ້ກັບຄົນຮອບຂ້າງ ຫລືສັງຄົມໂລກໄດ້
ເມື່ອພຣະສັມມາສັມພຸທທະເຈົ້າໃຫ້ໂອວາດແລ້ວໆ ພຣະອະຣະຫັນທັງຫລາຍກໍ່ເດີນທາງກັບເພື່ອນຳຫລັກຄວາມຮູ້ ທີ່ໄດ້ຮັບໄປເຜີຍແຜ່ພຸທທະສາສະຫນາໄປໃນທິດທາງຕ່າງໆ ເພື່ອເຂົ້າເຖິງຄວາມສຸກພາຍໃນໄປແບ່ງປັນໃຫ້ຊາວໂລກທັງຫລາຍ

ຖ້າວ່າຊາວໂລກທຸກໆຄົນໄດ້ສຶກສາຄວາມຮູ້ສາກົນນີ້ ແລະໄດ້ປະຕິບັດຕາມຫລັກການຂອງໂອວາດປາຕິໂມກແລ້ວ ໂລກກໍ່ຈະເກີດສັນຕິສຸກທີ່ແທ້ຈິງ ມວນມະນຸດຊາດຈະມີຄວາມປາດຖະຫນາດີຕໍ່ກັນຢ່າງແທ້ຈິງ ສາມັກຄີປອງດອງກັນ ຄືກັບວ່າເປັນຄອບຄົວດຽວກັນ

ສັນຕິສຸກແລະສັນຕິພາບໂລກ ລ້ວນແຕ່ເລີ້ມຈາກຕົວເຮົາ

ໃນວັນມາຄະບູຊາຂອງທຸກໆປີ ເປັນວັນເວລາທີ່ເຫມາະສົມທີ່ພວກເຮົາທຸກໆຄົນຄວນມາຮ່ວມລະນຶກເຖິງເຫດການສຳຄັນໃນຄັ້ງນັ້ນ ແລະຮ່ວມກັນດຳເນີນຕາມເສັ້ນທາງຂອງບັນດິດຜູ້ມີປັນຍາໃນອະດີດ ເລີ້ມຈາກບຸກຄົນທຳອິດ ຄືພຣະສັມມາສັມພຸທທະເຈົ້າ ໄດ້ສະແດງທັມແກ່ພຣະອະຣະຫັນທັງຫລາຍ ແລະສົ່ງຕໍ່ຄວາມຮູ້ທີ່ສາມາດເຂົ້າເຖິງຄວາມສຸກພາຍໃນທີ່ແທ້ຈິງ ເຜີຍແຜ່ໄປສູ່ມະຫາຊົນຈຳນວນຫລວງຫລາຍ ຄຳສອນຂອງເພິ່ນໄດ້ສືບທອດເລື້ອຍມາຈົນຮອດປັດຈຸບັນ ເມື່ອມະຫາຊົນທັງຫລາຍນຳຄວາມຮູ້ເຫລົ່ານັ້ນມາໃຊ້ໃນຊີວິດປະຈຳວັນ ຊີວິດຈະເກີດຄວາມປ່ຽນແປງໄປໃນທາງທີ່ດີ ເຊິ່ງວິທີການປະຕິບັດແບບງ່າຍໆ ໂດຍສ້າງສັນຕິສຸກຂຶ້ນໃນໃຈຂອງຕົວເຮົາເອງຂອງແຕ່ລະຄົນກ່ອນ ໂດຍການນັ່ງສະມາທິພາວະນາ ລວມເຖິງໃຫ້ອະໄພແກ່ຜູ້ທີ່ລ່ວງເກີນເຮົາເປັນລຳດັບທຳອິດ ແລ້ວພັດທະນາເປັນຄວາມຮັກຄວາມເມດຕາຕໍ່ຜູ້ຄົນທຸກຫມູ່ເຫລົ່າ ຄວາມສຸກຈາກຄົນຫນຶ່ງຄົນ ສາມາດແຜ່ຂະຫຍາຍໄປສູ່ຄົນຈຳນວນຫລວງຫລາຍ ປຽບດັ່ງການຈຸດປະທີບຈາກດວງຫນຶ່ງສົ່ງຕໍ່ໆກັນໄປ ຈົນເກີດຄວາມສະຫວ່າງສະໄຫວໄປທົ່ວທຸກຫົນທຸກແຫ່ງໃນໂລກ

ສັນຕິພາບໂລກຢູ່ໃນມືຂອງເຮົາ

ຄຳວ່າສັນຕິພາບໂລກນັ້ນ ເລື່ອງນີ້ຄືກັບວ່າຈະເປັນເລື່ອງໃຫຍ່ ທີ່ບໍ່ແມ່ນວ່າຈະໃຫ້ໃຜຄົນໃດຄົນຫນຶ່ງ ຫລືອົງກອນໃດອົງກອນຫນຶ່ງມາຊ່ວຍກັນຊຸກຍູ້ໃຫ້ເກີດຂຶ້ນໄດ້ແບບງ່າຍໆ ເຊິ່ງໃນອະດີດຈົນຮອດປັດຈຸບັນ ກໍ່ມີການຈັດຕັ້ງອົງກອນຢ່າງຫລວງຫລາຍມາຊຸກຍູ້ວຽກງານແບບນີ້ ເພື່ອໃຫ້ໂລກເກີດສັນຕິພາບ ແຕ່ມາຮອດປັດຈຸບັນນີ້ແລ້ວ ສັນຕິພາບກໍ່ຍັງບໍ່ເກີດຂຶ້ນແບບແທ້ຈິງຈັກເທື່ອ ຖ້າມາພິດຈາລະນາເຖິງໂອວາດດັ່ງກ່າວຂ້າງຕົ້ນນີ້ ຄຳວ່າ ສັນຕິພາບໂລກນີ້ກໍ່ເກີດຂຶ້ນແບບງ່າຍໆ ໂດຍຍ້ອນກັບມາເລີ້ມຕົ້ນທີ່ຕົວເຮົາກ່ອນເປັນຄົນທຳອິດ ເຝິກຝົນຕົນເອງທັງກາຍວາຈາໃຈໃຫ້ສະອາດບໍລິສຸດ ພັດທະນາຈິດໃຈໃຫ້ດີ ພຽງແຕ່ວ່າຫລັບຕາຈະເລີນສະມາທິພາວະນາກໍ່ຈະພົບສັນຕິສຸກພາຍໃນ ແລະແຜ່ຂະຫຍາຍໄປສູ່ຄົນອ້ອມຂ້າງຢ່າງເປັນທຳມະຊາດ ສັນຕິສຸກຈາກຄົນຫນຶ່ງໄປຫາອີກຄົນຫນຶ່ງທີ່ປະຕິບັດຕົນໃຫ້ຄືໆກັນ ກໍ່ຈະສົ່ງຜ່ານ ຂະຫຍາຍໄປເລຶ້ອຍໆແບບບໍ່ມີທີ່ສິ້ນສຸດ

ດັ່ງນັ້ນ ວັນມາຄະບູຊາຈຶ່ງຖືເປັນວັນແຫ່ງການແຜ່ຂະຫຍາຍຄວາມຮັກ ແລະຄວາມປາດຖະຫນາດີຈາກໃຈຂອງເຮົາທີ່ປະສົບຄວາມສຸກ ທີ່ແທ້ຈິງຈາກປະສົບການທີ່ປະຕິບັດທັມແຜ່ຂະຫຍາຍໄປສູ່ໃຈຂອງມະຫາຊົນ ເພື່ອສ້າງສັນຕິສຸກ ແລະສັນຕິພາບໂລກໃຫ້ເກີດຂຶ້ນໃນທີ່ສຸດ